ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ຊຽນ ເນັ້ນ​ໜັກ​ກ່ຽວ​ກັບ​ ວຽກ​ງານ​ຄຸ້ມ​ຄອງປັນຍາປະດິດ


     ວິທະຍຸ​ກະຈາຍສຽງ​ຂອງ​ ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 2 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ອາ​ຊຽນ ໄດ້​ປະກາດ​ເອກະສານ
​ແນະນຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ປັນຍາ​ປະດິດ (AI) ແລະ ຊອກ​ຫາ​ວິທີ​ການ​ຊຸກຍູ້​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ​ຢ່າງ​ມີ​ຄວາມ​ຮັບຜິດ
ຊອບ​ ໃນ​ບັນດາ​ອົງການ​ທີ່​ຂຶ້ນ​ກັບ​ລັດຖະບານ ແລະ ວິ​ສາ​ຫະ​ກິດ​ຕ່າງໆ.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ເອ ກະສານ​ດັ່ງກ່າວໄດ້​ປະກາດ​ນຳ​ໃຊ້​ພາຍຫຼັງ​ກອງ​ປະຊຸມ​ລະຫວ່າງ​ບັນດາ ​ລັດຖະມົນຕີທີ່ຮັບຜິດຊອບ​ຂົງ
ເຂດ​ວຽກ​ງານ​ດິ​ຈີ​ຕອນ​ຂອງ​ບັນດາ​ປະເທດ​ສະມາຊິກ ອາ​ຊຽນ ຢູ່ ສິງກະໂປ ເພື່ອ​ແນໃສ່​ຈຸດປະສົງ​ການ​ສະໜັບ​ສະ​ໜູນ “ບັນດາ​ອົງ​ການ
ຈັດຕັ້ງ​ໃນ​ພາກ​ພື້ນ​ໃນ​ການ​ອອກ​ແບບ, ພັດທະນາ ແລະ ຜັນ​ຂະຫຍາຍ​ບັນດາ​ເຕັກ​ໂນ​ໂລ​ຊີ AI ໃນ​ບັນດາ App ການ​ຄ້າ ແລະ ການ
ທະຫານ.

     ໃນ​ຖະແຫຼງການ​ຮ່ວມພາຍຫຼັງ​ກອງ​ປະຊຸມ, ບັນດາ​ທ່ານ​ລັດຖະມົນຕີ ​ຮັບຜິດຊອບ​ຂົງເຂດ​ວຽກ​ງານ​ດິ​ຈິ​ຕອນ ອາ​ຊຽນ ໄດ້​ເນັ້ນ
​ໜັກ​ເຖິງ​ຄວາມ​ຈຳເປັນ​ໃນ​ການ​ສ້າງ​ບັນດາ​ນະໂຍບາຍ ແລະການ​ແນະນຳ ເພື່ອ​ແນໃສ່​ຊຸກຍູ້​ການ​ພັດທະນາ​ບັນດາ​ເຕັກ​ໂນ​ໂລ​ຊີ ທີ່​ຫາກໍ່​
ພົ້ນ​ເດັ່ນ​ຂຶ້ນ​ຢ່າງມີ​ຄວາມ​ຮັບຜິດຊອບ ແລະ ປອດ​ໄພ. ນອກ​ນີ້, ບັນດາ​ທ່ານ​ລັດຖະມົນຕີ​ທີ່​ຮັບຜິດຊອບ​ວຽກ​ງານ​ດັ່ງກ່າວ​ຂອງ​ອາ​ຊຽນ
ຍັງ​ໄດ້​ຕົກລົງ​ເຫັນ​ດີ​ສ້າງຕັ້ງ​ຫນ່ວຍ​ສະເພາະ​ກິດ ເພື່ອ​ຕິດ ຕາມ​ກວດກາ ແລະ ປຶກສາ​ຫາລື​ວຽກ​ງານ​ກ່ຽວ​ກັບ AI.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2024